Kiro Shop by Natniti Store

ນະໂຍບາຍຄວາມເປັນສ່ວນຕົວ

ພວກເຮົາໃຫ້ຄວາມສຳຄັນກັບຂໍ້ມູນຂອງຜູ້ໃຊ້ ແລະ ໃຊ້ຂໍ້ມູນເທົ່າທີ່ຈຳເປັນຕໍ່ການໃຫ້ບໍລິການ.

1. ຂໍ້ມູນທີ່ພວກເຮົາເກັບກຳ

ລະບົບອາດເກັບຂໍ້ມູນທີ່ຈຳເປັນ ເຊັ່ນ ຊື່ຜູ້ໃຊ້, ຊື່ຫຼິ້ນ, ເບີໂທ, ປະຫວັດການເຕີມເງິນ, ປະຫວັດການສັ່ງຊື້, ຫຼັກຖານການຊຳລະເງິນ, ຂໍ້ມູນເກມເຊັ່ນ: UID, ZONE ID, Server ID ແລະ ຂໍ້ມູນທາງເຕັກນິກເຊັ່ນ: IP Address, Cookies ແລະ Browser Information.

2. ການນຳຂໍ້ມູນ

ຂໍ້ມູນຈະຖືກໃຊ້ເພື່ອໃຫ້ ສາມາດດຳເນີນການບໍລິການໄດ້ຢ່າງຖືກຕ້ອງ ແລະ ປັບປຸງຄຸນນະພາບການໃຫ້ບໍລິການ.

3. ການຮັກສາຄວາມປອດໄພ

ພວກເຮົາຈຳກັດການເຂົ້າເຖິງຂໍ້ມູນສຳຄັນໃຫ້ສະເພາະຜູ້ທີ່ຈຳເປັນ ແລະ ໃຊ້ມາດຕະການທາງເຕັກນິກເພື່ອລົດຄວາມສ່ຽງຈາກການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ.

4. ການແບ່ງປັນຂໍ້ມູນ

ພວກເຮົາຈະບໍ່ແບ່ງປັນຂໍ້ມູນຂອງຜູ້ໃຊ້ໃຫ້ແກ່ບຸກຄົນທີ 3 ຍົກເວັ້ນ ຜູ້ໃຫ້ບໍລິການຕ່າງໆ.

5. ສິດຂອງຜູ້ໃຊ້

ຜູ້ໃຊ້ສາມາດຕິດຕໍ່ແອັດມິນເພື່ອສອບຖາມ, ຂໍແກ້ໄຂ ຫຼື ຂໍລຶບຂໍ້ມູນບາງສ່ວນໄດ້ ໂດຍການດຳເນີນການຈະຂຶ້ນກັບຄວາມຈຳເປັນຂອງລະບົບ ແລະ ຂໍ້ກຳນົດ.

ຕິດຕໍ່ສອບຖາມເພີ່ມເຕີມ?

ຕິດຕໍ່ຝ່າຍບໍລິການເພື່ອຂໍຄວາມຊ່ວຍເຫຼືອ.

ຕິດຕໍ່ພວກເຮົາ
ເຕີມເງິນ